ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ວນກ ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງກອງທັບປະຊາຊົນລາວຄົບຮອບ 75 ປີ


     ວັນທີ 19 ມັງກອນ 2024 ຜ່ານມານີ້, ວິທະຍາຄານນາຍທະຫານບົກກົມມະດຳ ໄດ້ຈັດຕັ້ງພິທີສະເຫຼີມວັນສ້າງຕັ້ງກອງທັບປະຊາ
ຊົນລາວຄົບຮອບ 75 ປີ ໂດຍການເປັນປະທານຂອງ ສະຫາຍ ພົນຕີ ວັນທອງ ບຸດຕະວົງ ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບ
ມີບັນດາກົມອ້ອມຂ້າງ ກະຊວງປ້ອງກັນປະເທດ, ຄະນະພັກແຂວງວຽງຈັນ, ຄະນະພັກເມືອງໂພນໂຮງ, ນາຊາຍທອງ, ກອງບັນຊາການ
ທະຫານແຂວງວຽງຈັນ, ຄະນະພັກ-ຄະນະອຳນວຍການ, ພະນັກງານ-ນັກຮົບ ວນກ, ອຳນາດການປົກຄອງທ້ອງຖິ່ນ, ຫົວໜ່ວຍທຸລະກິດ
ຫ້າງຮ້ານ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ຖາວອນ ແກ້ວອິນທະວົງ ເລຂາຄະນະພັກ ຫົວໜ້າການເມືອງ ວິທະຍາຄານນາຍທະຫານບົກກົມມະດຳ ໄດ້
ຂຶ້ນຫວນຄືນມູນເຊື້ອການເຕີບໃຫຍ່ຂະຫຍາຍຕົວ ແລະ ສູ້ຮົບມີໄຊຂອງກອງທັບປະຊາຊົນລາວຕະຫຼອດໄລຍະ 75 ປີ, ກໍຄືໃນການປະຕິ
ບັດສອງໜ້າທີ່ຍຸດທະສາດໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ທັງນີ້ກໍເພື່ອເຮັດໃຫ້ພະນັກງານ-ນັກຮົບທົ່ວວິທະ
ຍາຄານ ໄດ້ກໍາແໜ້ນເຊື່ອມຊຶມ ຕໍ່ທາດແທ້ມູນເຊື້ອປະຕິວັດ, ຄວາມອົງອາດກ້າຫານ ແລະ ການສູ້ຮົບມີໄຊ ຂອງກອງທັບປະຊາຊົນລາວ.

     ໂອກາດດັ່ງກ່າວ, ສະຫາຍ ພົນຕີ ວັນທອງ ບຸດຕະວົງ ປະທານພິທີ ກໍໄດ້ໃຫ້ກຽດຂຶ້ນໂອ້ລົມໃນຫຼາຍໆດ້ານ ເປັນຕົ້ນແມ່ນໄດ້ສະແດງ
ຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ວິທະຍາຄານຍາດມາໄດ້ພ້ອມທັງຮຽກຮ້ອງເຖິງຄະນະພັກ-ຄະນະອຳນວຍການຈົ່ງສືບຕໍ່ການສຶກສາອົບ
ຮົມການເມືອງນຳພາແນວຄິດໃຫ້ພະນັກງານ-ນັກຮົບ ຢ່າງຕໍ່ເນື່ອງ ຍົກສູງໃນການຊີ້ນຳ-ນຳພາ, ທັງເນັ້ນໜັກໃຫ້ພະນັກງານ-ນັກຮົບ, ນັກ
ຮຽນ-ນັກສຶກສາຈົ່ງຍົກສູງສະຕິຕໍ່ການຈັດຕັ້ງ ພ້ອມກັນປະຕິບັດຂໍ້ກຳນົດກົດລະບຽບຂອງກົມກອງ ກໍຄືຂອງກອງທັບວາງອອກ ໃຫ້ເຂັ້ມ
ງວດ. ໃນຕອນທ້າຍ, ກໍໄດ້ຮັບຊົມການເດີນສວນສະໜາມຂອງພະນັກງານຄູ-ອາຈານ, ນັກຮຽນ-ນັກສຶກ.

ແຫຼ່ງຂ່າວໂດຍ ເຟື້ອຍ ສາຍຄຳ
ວັນທີ 25/01/2024